ເພື່ອໃຫ້ໄດ້ຮັບການປົກປ້ອງທີ່ດີທີ່ສຸດຕໍ່ການເຈັບປ່ວຍຮ້າຍແຮງຫຼືເສັຍຊີວິດຈາກ COVID-19, ທ່ານຄວນໄດ້ຮັບການສັກຢາຄົບທຸກໆໂດສຕາມທີ່ແນະນຳໃຫ້ສຳລັບອາຍຸຂອງທ່ານແລະຄວາມຕ້ອງການດ້ານສຸຂະພາບສະເພາະສ່ວນບຸກຄົນ. ຢາໂດສເສີມແມ່ນສຳຄັນໃນການຮັກສາການປົກປ້ອງນີ້.
ຢາໂດສເສີມແມ່ນຟຣີສຳລັບທຸກໆຄົນ.
ນອກນີ້ ກໍມີຂໍ້ມູນກ່ຽວກັບຢາໂດສເສີມຊະນິດຕ່າງໆໄວ້ໃຫ້ ເປັນພາສາຂອງທ່ານເອງ.
ຢາໂດສເສີມຊະນິດຕ່າງໆ
ຜູ້ໃຫຍ່ທຸກຄົນສາມາດໄດ້ຮັບຢາໂດສເສີມຖ້າວ່າຮອດ 6 ເດືອນ ຫຼື ດົນກວ່ານັ້ນ ຫຼັງຈາກທີ່ທ່ານໄດ້ສັກຢາໂດສເສີມ COVID-19 ຄັ້ງສຸດທ້າຍ ຫຼື ໄດ້ຖືກຢັ້ງຢືນວ່າໄດ້ຕິດເຊື້ອ (ອັນໃດທີ່ແມ່ນເຫດການນຳຫຼັງ), ເພື່ອໃຫ້ໄດ້ຮັບການປົກປ້ອງຕື່ມ ຈາກການເຈັບປ່ວຍຮ້າຍແຮງຈາກ COVID.
ອັນນີ້ ແມ່ນຖືກແນະນຳໂດຍສະເພາະໃຫ້ແກ່ຜູ້ທີ່ມີຄວາມສ່ຽງສູງຂຶ້ນຕໍ່ການເຈັບປ່ວຍຮ້າຍແຮງ, ລວມມີ:
- ທຸກໆຄົນທີ່ມີອາຍຸ 65 ປີ ແລະ ອາຍຸສູງກວ່ານັ້ນ
- ທຸກໆຄົນທີ່ມີອາຍຸ 18 ປີ ແລະ ໃຫຍ່ກວ່ານັ້ນ ທີ່ເປັນຫຼາຍພະຍາດພ້ອມກັນ, ມີຄວາມພິການ ຫຼື ມີຄວາມຕ້ອງການດ້ານສຸຂະພາບທີ່ຊັບຊ້ອນ.
ເດັກນ້ອຍແລະຄົນໜຸ່ມທີ່ມີອາຍຸ 5 ຫາ 17 ປີ ເຊິ່ງບັນຫາສຸຂະພາບເຮັດໃຫ້ເຂົາເຈົ້າມີຄວາມສ່ຽງຈາກການເຈັບປ່ວຍຮ້າຍແຮງກໍອາດໄດ້ຮັບການສັກຢາເສີມເຊັ່ນກັນຖ້າຮອດ 6 ເດືອນຫຼັງຈາກສັກຢາໂດສສຸດທ້າຍຂອງເຂົາເຈົ້າ ຫຼື ໄດ້ຕິດເຊື້ອ COVID-19, ອີງຕາມການປະເມີນຄວາມສ່ຽງສະເພາະບຸກຄົນກັບຜູ້ໃຫ້ການສັກຢາປ້ອງກັນພະຍາດຂອງເຂົາເຈົ້າ.
ໃນປັດຈຸບັນ ຢາໂດສເສີມຍັງບໍ່ທັນຖືກແນະນຳໃຫ້ສັກແກ່ເດັກນ້ອຍແລະຄົນໜຸ່ມທີ່ມີອາຍຸ 18 ປີ ຫຼື ຕ່ຳກວ່ານັ້ນ ເຊິ່ງບໍ່ມີປັດໄຈຄວາມສ່ຽງໃດໆຕໍ່ COVID-19 ຢ່າງຮ້າຍແຮງ.
ຢາວັກຊີນທຸກຊະນິດຖືກອະນຸມັດໃຫ້ໃຊ້ໃນອອສເຕຣເລັຍແລະສືບຕໍ່ໃຫ້ການປົກປ້ອງທີ່ແຂງແຮງດີຕໍ່ການເຈັບປ່ວຍຮ້າຍແຮງຈາກ COVID-19, ຢ່າງໃດກໍດີ, ຢາວັກຊີນແບບ Omicron ສະເພາະທີ່ປ້ອງກັນໄດ້ທັງສອງໄວຣັສແມ່ນຖືວ່າເໝາະສົມກວ່າໃນການໃຊ້ເປັນຢາໂດສເສີມ.
ວັນທີທີ່ທ່ານໄດ້ສັກຢາວັກຊີນ COVID-19 ຄັ້ງສຸດທ້າຍຂອງທ່ານແມ່ນຂຽນໄວ້ຢູ່ໃນ ໃບຮັບຮອງແບບດີຈີຕ້ອນ ຂອງການສັກຢາວັກຊີນ COVID-19 ຂອງທ່ານ.
ຊອກຫາຄລີນິກ ແລະ ຈອງມື້ສັກຢາ
ຈະຈອງມື້ສັກຢາໂດສເສີມໄດ້ຢ່າງໃດ?
ເພື່ອຈອງມື້ສັກຢາໂດສເສີມຫຼືໂດສເສີມລະດູໜາວ, ໃຫ້ໃຊ້ ຕົວຄົ້ນຫາຄລີນິກ COVID-19 ຫຼື ໃຊ້ ‘Hey Eva’ - ການເຂົ້າເຖິງຢາວັກຊີນແບບງ່າຍໆ.
EVA, ແມ່ນບໍລິການໂທກັບຄືນແບບງ່າຍໆ ເພື່ອຊ່ວຍຄົນໃນການຈອງມື້ສັກຢາວັກຊີນ COVID-19.
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອກ່ຽວກັບການຈອງມື້ສັກຢາວັກຊີນ COVID-19, ໃຫ້ SMS ‘Hey EVA’ ທີ່ເລກໂທ 0481 611 382. ເອເຢັນຮັບສາຍທີ່ຖືກຝຶກອົບຮົມມາ ຈາກສາຍຊ່ວຍເຫຼືອດ້ານໂຄໂຣນາໄວຣັສແຫ່ງຊາດ ຈະໂທກັບຄືນຫາທ່ານເພື່ອຊ່ວຍຈອງໃນການສັກຢາວັກຊີນ COVID-19 ຂອງທ່ານ.
ໂຄງການສັກຢາໂດສເສີມສຳລັບບ້ານພັກດູແລຜູ້ສູງອາຍຸ
ໂຄງການສັກຢາໂດສເສີມແມ່ນຈັດໃຫ້ຢູ່ໃນສະຖານທີ່ຂອງບ້ານພັກດູແລຜູ້ສູງອາຍຸ. ໃຫ້ອ່ານເພີ່ມເຕີມກ່ຽວກັບໂຄງການສັກຢາວັກຊີນໂດສເສີມ COVID-19 ທີ່ ບ້ານພັກດູແລຜູ້ສູງອາຍຸ.
ໂຄງການສັກຢາໂດສເສີມສຳລັບຜູ້ທີ່ມີຄວາມພິການ
ໂຄງການສັກຢາໂດສເສີມກຳລັງຖືກຈັດໃຫ້ສຳລັບຜູ້ທີ່ມີຄວາມພິການທີ່ຢູ່ໃນສະຖານທີ່ພັກອາໄສຮ່ວມກັນ. ຮຽນຮູ້ຕື່ມກ່ຽວກັບ ໂຄງການສັກຢາໂດສເສີມ COVID-19 ສຳລັບ ຜູ້ທີ່ມີຄວາມພິການທີ່ຢູ່ໃນສະຖານທີ່ພັກອາໄສຮ່ວມກັນ.
ຄວາມປອດໄພຂອງບັນດາຢາໂດສເສີມ COVID-19
ອາການຂ້າງຄຽງທີ່ພົບເຫັນເລື້ອຍ, ແບບເບົາບາງ ຫຼັງຈາກສັກຢາໂດສເສີມມີລັກສະນະຄ້າຍຄືກັນກັບອາການຂ້າງຄຽງທີ່ເກີດຂຶ້ນຫຼັງຈາກການສັກຢາ 2 ໂດສທຳອິດ.
ເບິ່ງຂໍ້ມູນກ່ຽວກັບ ຄວາມປອດໄພຂອງຢາວັກຊີນ COVID-19 ແລະ ອາການຂ້າງຄຽງ.