ການສັກຢາວັກຊີນຕ້ານ COVID-19
ຢາວັກຊີນປົກປ້ອງພວກເຮົາຈາກເຊື້ອໄວຣັສທີ່ກໍ່ໃຫ້ເກີດ COVID-19. ທຸກໆຄົນໃນອອສເຕຣເລັຍທີ່ມີອາຍຸ 5 ປີ ແລະ ໃຫຍ່ກວ່ານັ້ນສາມາດຈອງໄປສັກຢາວັກຊີນ COVID-19 ໄດ້ຟຣີ.
ກ່ຽວກັບຢາວັກຊີນ COVID-19
ທຸກຄົນໃນອອສເຕຣເລັຍທີ່ມີອາຍຸ 5 ປີແລະອາຍຸໃຫຍ່ກວ່ານັ້ນສາມາດນັດຈອງໄປສັກຢາໄດ້ໃນປັດຈຸບັນ.
ໃຫ້ຊອກຫາຄລີນິກ ແລະ ຈອງມື້ສັກຢາ
ຢາວັກຊີນ COVID-19 ແມ່ນຟຣີສຳລັບທຸກໆຄົນໃນອອສເຕຣເລັຍ. ອັນນີ້ ລວມເຖິງຜູ້ທີ່ບໍ່ມີບັດ Medicare, ຜູ້ມາຢ້ຽມຢາມຈາກຕ່າງປະເທດ, ນັກສຶກສາຕ່າງປະເທດ, ແຮງງານມາຍເກຣີນ ແລະ ຜູ້ຂໍລີ້ໄພ. ການສັກຢາວັກຊີນຈະຊ່ວຍປົກປ້ອງຕົວທ່ານ, ຄອບຄົວຂອງທ່ານ ແລະ ຊຸມຊົນຂອງທ່ານໃຫ້ພົ້ນໄພຈາກ COVID-19.
ລັດຖະບານອອສເຕຣເລັຍບໍ່ໄດ້ເຮັດໃຫ້ການສັກຢາວັກຊີນເປັນການບັງຄັບແລະທ່ານກໍສາມາດເລືອກທີ່ຈະບໍ່ສັກຢາວັກຊີນຕ້ານ COVID-19
ທາງການຂອງບາງລັດແລະເຂດປົກຄອງສາມາດອອກຄຳສັ່ງໃຫ້ການສັກຢາວັກຊີນເປັນການບັງຄັບໃນບາງສະພາບການ. ຍົກຕົວຢ່າງ, ສຳລັບບາງວຽກງານແລະສຳລັບບາງກິດຈະກຳໃນຊຸມຊົນ.
ຢາວັກຊີນຕ່າງໆແມ່ນປອດໄພ
ການສັກຢາວັກຊີນ COVID-19 ແມ່ນປອດໄພແລະຊ່ວຍຮັກສາຊີວິດ. ໃນອອສເຕຣເລັຍ, Therapeutic Goods Administration(ຄະນະກຳມະການຄຸ້ມຄອງສິນຄ້າທີ່ໃຊ້ໃນການປິ່ນປົວ (TGA)) ສືບຕໍ່ຕິດຕາມເບິ່ງຄວາມປອດໄພຂອງຢາວັກຊີນ COVID-19 ແລະ ຜົນຂ້າງຄຽງ ຢ່າງໃກ້ຊິດ.
ຮຽນຮູ້ເພີ່ມເຕີມກ່ຽວກັບຢາວັກຊີນແຕ່ລະຊະນິດທີ່ນຳໃຊ້ໃນອອສເຕຣເລັຍ:
ຢາວັກຊີນ COVID-19 ສອນຮ່າງກາຍຂອງທ່ານໃຫ້ກຳຈັດເຊື້ອໄວຣັສ ຖ້າວ່າຮ່າງກາຍຂອງທ່ານໄປສຳຜັດກັບມັນ.
ຖ້າທ່ານມີຄຳຖາມໃດໆຫຼືມີຄວາມກັງວົນຫຼັງຈາກສັກຢາວັກຊີນຂອງທ່ານແລ້ວ, ໃຫ້ຕິດຕໍ່ຫາ ຄລີນິກສັກຢາວັກຊີນຫຼືທ່ານໝໍຂອງທ່ານ.
ຮຽນຮູ້ເພີ່ມເຕີມກ່ຽວກັບການຄາດວ່າຈະເກີດຫຍັງຂຶ້ນຫຼັງຈາກສັກຢາວັກຊີນແລ້ວ.
ໃຜແດ່ຄວນໄປສັກຢາວັກຊີນ
ທຸກໆຄົນທີ່ມີອາຍຸ 5 ປີ ແລະ ໃຫຍ່ກວ່ານັ້ນຄວນໄປຮັບການສັກຢາວັກຊີນຕ້ານ COVID-19.
ການສັກຢາວັກຊີນ COVID-19 ປົກປ້ອງທ່ານໃຫ້ພົ້ນຈາກການເຈັບປ່ວຍຮ້າຍແຮງຫຼືເສັຍຊິວິດຍ້ອນ COVID-19.
ນອກນີ້ ການສັກຢາວັກຊີນຍັງຊ່ວຍປົກປ້ອງຜູ້ທີ່ຢູ່ອ້ອມຂ້າງທ່ານດ້ວຍການຊະລໍການແພ່ຜາຍຂອງເຊື້ອໄວຣັສ.
ເພື່ອໃຫ້ຖືກພິຈາລະນາວ່າທ່ານຢູ່ໃນສະພາບທີ່ ທັນກັບເຫດການ ກັບການສັກຢາວັກຊີນ COVID-19 ຂອງທ່ານ, ທ່ານຕ້ອງໄດ້ສັກຢາທຸກໂດສທີ່ຖືກແນະນຳໃຫ້ສັກສຳລັບອາຍຸແລະຄວາມຕ້ອງການດ້ານສຸຂະພາບຂອງທ່ານ.
ເດັກນ້ອຍອາຍຸ 5 ຫາ 15 ປີ ຄວນໄດ້ສັກ:
- ຊຸດຕົ້ນທີ່ເປັນໂດສ 1 ແລະ 2 ຂອງ ຢາວັກຊີນ COVID-19
- ຊຸດຕົ້ນທີ່ເປັນໂດສ 3 ຖ້າວ່າເຂົາເຈົ້າມີພູມຄຸ້ມກັນບົກພ່ອງຢ່າງແຮງ.
ທຸກໆຄົນທີ່ມີອາຍຸ16ປີ ແລະ ໃຫຍ່ກວ່ານັ້ນ ຄວນໄດ້ສັກ:
- ຊຸດຕົ້ນທີ່ເປັນໂດສ 1 ແລະ 2 ຂອງ ຢາວັກຊີນ COVID-19
- ຊຸດຕົ້ນທີ່ເປັນໂດສ 3 ຖ້າວ່າເຂົາເຈົ້າມີພູມຄຸ້ມກັນບົກພ່ອງຢ່າງແຮງ
- ຢາວັກຊີນ COVID-19 ໂດສເສີມ.
ນອກນີ້ ທ່ານຄວນສັກຢາ COVID-19 ສຳລັບລະດູໜາວ ຖ້າວ່າທ່ານໄດ້ສັກຢາໂດສເສີມຂອງທ່ານ 4 ເດືອນກ່ອນໜ້ານີ້ ແລະ ທ່ານ:
- ມີອາຍຸ 65 ປີ ຫຼື ອາຍຸສູງກວ່ານັ້ນ
- ເປັນຜູ້ອາໄສຢູ່ໃນສະຖານທີ່ດູແລຜູ້ສູງອາຍຸຫຼືຄົນພິການ
- ມີອາຍຸ 16 ປີ ແລະ ໃຫຍ່ກວ່ານັ້ນ ແລະ ມີພູມຄຸ້ມກັນທີ່ບົກພ່ອງຢ່າງແຮງ
- ເປັນຄົນອາບໍຣິຈີໂນລ ຫຼື ທໍເຣສເຕຣດອາຍແລນເດີ ແລະ ມີອາຍຸ 50 ປີ ແລະ ໃຫຍ່ກວ່າ.
ຖ້າທ່ານໄດ້ກວດເປັນຜົນບວກສຳລັບ COVID-19 ເປັນທີ່ແນະນຳວ່າໃຫ້ທ່ານລໍຖ້າ 3 ເດືອນ ກ່ອນສັກຢາວັກຊີນ COVID-19 ໂດສຕໍ່ໄປຂອງທ່ານ.
ຜູ້ທີ່ມີ COVID-19 ຫຼັງຈາກທີ່ຕົນໄດ້ສັກຢາໂດສເສີມ ຄວນລໍຖ້າຢ່າງນ້ອຍ 3 ເດືອນກ່ອນສັກຢາໂດສ ລະດູໜາວ.
ເປັນສິ່ງສຳຄັນທີ່ທ່ານຕ້ອງ ໃຫ້ທັນກັບສະພາບ ກັບການສັກຢາວັກຊີນ COVID-19 ຂອງທ່ານ. ຜູ້ຄົນທີ່ຕ່າງກັນອາດຕ້ອງການສັກຢາວັກຊີນ COVID-19 ຊະນິດທີ່ແຕກຕ່າງກັນໃນຊ່ວງເວລາທີ່ຕ່າງກັນ. ໃຫ້ລົມກັບຜູ້ໃຫ້ການດູແລສຸຂະພາບຂອງທ່ານເພື່ອໃຫ້ຮູ້ວ່າທ່ານແລະຄອບຄົວຂອງທ່ານຕ້ອງເຮັດຫຍັງແດ່ເພື່ອໃຫ້ທັນກັບສະພາບການສັກຢາ.
ເດັກນ້ອຍ
ຢາວັກຊີນ COVID-19 ແມ່ນປອດໄພສຳລັບເດັກນ້ອຍ.
ການສັກຢາວັກຊີນໃຫ້ເດັກນ້ອຍສາມາດປ້ອງກັນເຂົາເຈົ້າບໍ່ໃຫ້ແພ່ເຊື້ອໄວຣັສໄປໃສ່ພວກ ນ້ອງໆ, ພໍ່ເຖົ້າແມ່ເຖົ້າ, ແລະ ຊຸມຊົນທົ່ວໆໄປ.
ຮຽນຮູ້ເພີ່ມເຕີມກ່ຽວກັບ ຢາວັກຊີນ COVID-19 ຊະນິດຕ່າງໆສຳລັບເດັກນ້ອຍ ແລະ ຊາວໜຸ່ມໄວຮຸ່ນ.
ແມ່ຍິງຖືພາແລະແມ່ຍິງທີ່ລ້ຽງລູກດ້ວຍນົມແມ່
ຢາວັກຊີນ COVID-19 ແມ່ນປອດໄພ ຖ້າທ່ານກຳລັງຖືພາ, ໃຫ້ລູກກິນນົມແມ່, ຫຼື ວາງແຜນທີ່ຈະຖືພາ. ທ່ານສາມາດໄດ້ຮັບຢາວັກຊີນໃນລະຍະໃດກໍໄດ້ຂອງການຖືພາ.
ຮຽນຮູ້ເພີ່ມເຕີມກ່ຽວກັບການຖືພາ, ການໃຫ້ລູກກິນນົມແມ່, ແລະ ບັນດາຢາວັກຊີນ COVID-19.
ຜູ້ທີ່ມີຄວາມພິການ
ຜູ້ທີ່ມີຄວາມພິການປະສົບກັບຄວາມສ່ຽງສູງຂຶ້ນທີ່ຈະເຈັບຢ່າງຮ້າຍແຮງຈາກ COVID-19 ແລະຕ້ອງໄດ້ຮັບການສັກຢາວັກຊີນ.
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອຫຼືການອູ້ມຊູເພີ່ມເຕີມ, ທ່ານສາມາດໂທຫາສາຍຊ່ວຍເຫຼືອ Disability Gateway Helpline ທີ່ເລກໂທ1800 643 787. ເຂົາເຈົ້າສາມາດນັດມື້ສັກຢາໃຫ້ທ່ານໄດ້.
ຖ້າທ່ານຕ້ອງການນາຍພາສາ, ໃຫ້ໂທຫາບໍລິການແປພາສາແລະນາຍພາສາ131 450 ແລະຂໍໃຫ້ເຂົາເຈົ້າໂທລະສັບຫາ Disability Gateway ໃຫ້.
ຜູ້ທີ່ມີບັນຫາສຸຂະພາບຢູ່ກ່ອນແລ້ວ
ຜູ້ທີ່ມີບັນຫາສຸຂະພາບຢູ່ກ່ອນແລ້ວແມ່ນມີຄວາມສ່ຽງສູງຂຶ້ນທີຈະເຈັບປ່ວຍຢ່າງຮ້າຍແຮງ ຈາກ COVID-19 ແລະ ຄວນສັກຢາວັກຊີນ.
ໃຫ້ລົມກັບຜູ້ໃຫ້ການດູແລສຸຂະພາບປະຈຳຕົວຂອງທ່ານກ່ຽວກັບວ່າຢາວັກຊີນຊະນິດໃດດີທີ່ສຸດສຳລັບສະພາບການຂອງທ່ານ.
ຈະໄປສັກຢາວັກຊີນໄດ້ຢູ່ໃສ
ທ່ານສາມາດໄປຮັບການສັກຢາວັກຊີນຕ້ານ COVID-19 ໄດ້ທີ່:
- ຄລີນິກສັກຢາວັກຊີນຂອງລັດຖະບານກາງ
- ແພດປິ່ນປົວພະຍາດທົ່ວໄປທີ່ປະກອບສ່ວນໃນໂຄງການ
- Aboriginal Controlled Community Health Services (ໜ່ວຍງານຄວບຄຸມສຸຂະພາບຂອງຊຸມຊົນອາບໍຣິຈີໂນລ)
- ຄລີນິກສັກຢາວັກຊີນຂອງລັດຖະບານປະຈຳລັດແລະເຂດປົກຄອງ, ແລະ
- ຮ້ານຂາຍຢາທີ່ປະກອບສ່ວນໃນໂຄງການ.
ແພດປິ່ນປົວພະຍາດທົ່ວໄປ ບໍ່ສາມາດເກັບເງິນນຳທ່ານໄດ້ສຳລັບຢາວັກຊີນ.
ເພື່ອຊອກຫາຄລິນິກສັກຢາທີ່ໃກ້ບ້ານທ່ານທີ່ສຸດແລະນັດມື້ສັກຢາວັກຊີນ, ໃຫ້ໃຊ້ Vaccine Clinic Finderຕົວຊອກຫາຄລີນິກສັກຢາວັກຊີນ). ຖ້າທ່ານຕ້ອງການຄົນແປພາສາທາງໂທລະສັບຫຼືແປທີ່ສະຖານທີ່ນັດສັກຢາວັກຊີນ, ໃຫ້ໂທລະສັບຫາ ບໍລິການແປເອກະສານແລະນາຍພາສາ ທີ່ເລກໂທ 131 450.
ຖ້າທ່ານບໍ່ມີບັດ Medicare
ຖ້າທ່ານບໍ່ມີບັດ Medicare, ທ່ານກໍສາມາດໄປຮັບການສັກຢາໄດ້ທີ່:
- ຄລີນິກສັກຢາວັກຊີນຂອງລັດຖະບານກາງ
- ຄລີນິກສັກຢາຂອງລັດຖະບານປະຈຳລັດ ຫຼື ເຂດປົກຄອງ
- ຮ້ານຂາຍຢາທີ່ປະກອບສ່ວນໃນໂຄງການ.
‘Hey Eva’ – ການເຂົ້າເຖິງຢາວັກຊີນແບບງ່າຍໆ
EVA, ແມ່ນບໍລິການໂທກັບຄືນແບບງ່າຍໆເພື່ອຊ່ວຍຄົນໃນການນັດມື້ສັກຢາວັກຊີນ COVID-19. EVA ດຳເນີນວຽກ ແຕ່ 7 ໂມງເຊົ້າ ຫາ 10 ໂມງເຊົ້າ (AEST), 7 ມື້ຕໍ່ອາທິດ.
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການນັດມື້ໄປສັກຢາວັກຊີນ COVID-19, ໃຫ້ສົ່ງຂໍ້ຄວາມ ‘Hey EVA’ ໄປຫາ 0481 611 382.
ເມື່ອທ່ານສົ່ງຂໍ້ຄວາມ EVA ທ່ານຈະໄດ້ຮັບຄຳຕອບເຊິ່ງຖາມລາຍລະອຽດສ່ວນຕົວຂອງທ່ານເຊັ່ນ:
- ຊື່
- ພາສາທີ່ທ່ານເລືອກ
- ວັນທີແລະເວລາທີ່ທ່ານເລືອກ
- ເລກໂທທີ່ດີທີ່ສຸດໃນການໂທກັບ.
ຜູ້ຮັບສາຍທີ່ໄດ້ຮັບການຝຶກມາ ຈາກ National Coronavirus Helpline ຈະໂທກັບຄືນມາຫາທ່ານຕາມເວລາທີ່ວາງໄວ້ເພື່ອຊ່ວຍທ່ານນັດມື້ສັກຢາວັກຊີນ COVID-19 ຂອງທ່ານ.
EVA ສະໜອງຂໍ້ມູນແລະຄຳແນະນຳກ່ຽວກັບຢາວັກຊີນ COVID-19 ແລະຊ່ວຍທ່ານກ່ຽວກັບການ:
- ໃຫ້ຂໍ້ມູນແລະຄຳແນະນຳກ່ຽວກັບຢາວັກຊີນ COVID-19.
- ຊ່ວຍທ່ານຊອກຫາຄລີນິກທີ່ຍ່າງເຂົ້າໄປສັກ
- ຊ່ວຍທ່ານໃນການນັດມື້ສັກຢາວັກຊີນທີ່ສະດວກຕໍ່ທ່ານ
- ຕໍ່ສາຍໃຫ້ທ່ານໄດ້ເວົ້າກັບນາຍພາສາຟຣີ.
ກ່ອນການສັກຢາວັກຊີນ COVID-19 ຂອງທ່ານ
ຖ້າທ່ານຍັງບໍ່ທັນໄດ້ຈອງ, ໃຫ້ນັດມື້ສັກຢາໄດ້ໂລດ.
ໃຫ້ຊອກຫາຄລີນິກ ແລະ ຈອງມື້ສັກຢາ
ຖ້າທ່ານມີບັດ Medicare, ໃຫ້ກວດເບິ່ງເພື່ອໃຫ້ໝັ້ນໃຈວ່າລາຍລະອຽດຖືກຕ້ອງ:
- ໂດຍຜ່ານ Medicare online account ຂອງທ່ານ ທາງ myGov
- ຢູ່ໃນ Express Plus Medicare app
- ໂດຍການໂທຫາ Services Australia.
ທ່ານອາດຈະຖືກຂໍໃຫ້ຕື່ມໃບຍິນຍອມກ່ອນເຮັດນັດມື້ສັກຢາ, ຫຼື ຖ້າທ່ານຕັດສິນໃຈໃຫ້ສັກຢາວັກຊີນຕາງໜ້າຄົນອື່ນ.
ໃຫ້ອ່ານໃບຍິນຍອມ.
ອ່ານຂໍ້ມູນແລະໃບຍິນຍອມສຳລັບເດັກນ້ອຍອາຍຸ 5 ຫາ 11 ປີ.
ຫຼັງຈາກການສັກຢາວັກຊີນ COVID-19 ຂອງທ່ານ
ທ່ານຈະໄດ້ຖືກຕິດຕາມເບິ່ງອາການເປັນເວລາຢ່າງນ້ອຍ 15 ນາທີ ຫຼັງຈາກການສັກຢາວັກຊີນ ໃນກໍລະນີທີ່ອາດຈະເກີດປະຕິກິລິຍາພູມແພ້ທີ່ເກີດຂຶ້ນໄດ້ຍາກ. ຜູ້ທີ່ສັກຢາວັກຊີນໃຫ້ທ່ານໄດ້ຖືກຝຶກອົບຮົມມາເພື່ອຕອບຮັບປະຕິກິລິຍາທີ່ອາດເກີດຂຶ້ນກະທັນຫັນ.
ຕາມປົກກະຕິ ອາການຂ້າງຄຽງຈາກຢາວັກຊີນ COVID-19 ຈະເປັນແຕ່ພຽງເບົາບາງແລະຈະຫາຍໄປພາຍໃນ 1 ຫາ 2 ມື້. ອາການຂ້າງຄຽງທີ່ມັກເກີດຂຶ້ນທົ່ວໄປລວມມີ:
- ເຈັບແຂນບ່ອນເຂັມສັກຢາ
- ເມື່ອຍອ່ອນເພັຍ
- ເຈັບຫົວ
- ເຈັບຕາມກ້າມຊີ້ນ
- ເປັນໄຂ້ແລະໜາວສັ່ນ.
ເຊັ່ນດຽວກັບຢາປົວພະຍາດຫຼືຢາວັກຊີນໃດໆ, ມັນອາດມີອາການຂ້າງຄຽງທີ່ເກີດຂຶ້ນໄດ້ຍາກຫຼືທີ່ຍັງບໍ່ທັນຮູ້ຈັກ. ຖ້າທ່ານຄຶດວ່າທ່ານມີອາການຂ້າງຄຽງທີ່ຮ້າຍແຮງໃຫ້ຕິດຕໍ່ຫາເຈົ້າໜ້າທີ່ດູແລສຸຂະພາບຂອງທ່ານ, ຫຼື ໂຫຫາສາຍຊ່ວຍເຫຼືອ National Coronavirus Helpline.
ຖ້າທ່ານຕ້ອງການນາຍພາສາ, ໃຫ້ໂທຫາສາຍຊ່ວຍເຫຼືອ National Coronavirus Helpline ແລະ ເລືອກເອົາທາງເລືອກ 8.
ຫຼັກຖານຢັ້ງຢືນການສັກຢາວັກຊີນ
ທ່ານສາມາດເຂົ້າໄປເອົາຫຼັກຖານຢັ້ງຢືນການສັກຢາວັກຊີນ COVID-19 ຂອງທ່ານໂດຍເຂົ້າໄປທີ່ Immunisation History Statement ຂອງທ່ານ.
ທ່ານສາມາດເຂົ້າໄປເອົາໃບປະວັດການສັກຢາກັນພະຍາດຂອງທ່ານ:
- ທາງອອນລາຍນ໌, ໂດຍການເປີດ myGov account ຂອງທ່ານເອງ ແລະ ຫຼັງຈາກນັ້ນກໍເຂົ້າໄປທີ່ Medicare online account ຂອງທ່ານ
- ຜ່ານແອັບມືຖື Express Plus Medicare mobile app.
ຖ້າທ່ານບໍ່ມີບັດ Medicare, ຫຼືບໍ່ສາມາດເຂົ້າເຖິງ ບັນຊີ myGovt, ທ່ານກໍສາມາດເຂົ້າໄປເອົາ Immunisation History Statement (ໃບປະວັດການສັກຢາກັນພະຍາດ) ຂອງທ່ານໄດ້ໂດຍ:
- ຂໍໃຫ້ຜູ້ສັກຢາໃຫ້ທ່ານພິມສຳເນົາອອກມາໃຫ້ທ່ານ
- ໂທຫາສາຍສອບຖາມຂອງ Australian Immunisation Register ທີ່ເລກໂທ 1800 653 809 (8 ໂມງເຊົ້າ - 5 ໂມງແລງ ວັນຈັນຫາວັນສຸກ AEST) ແລະຂໍໃຫ້ເຂົາເຈົ້າສົ່ງໃບປະວັດການສັກຢາມາໃຫ້ທາງໄປສະນີ). ອາດຈະໃຊ້ເວລາຮອດ 14 ມື້ກ່ອນເອກະສານຈະມາຮອດ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວິທີເຂົ້າໄປເອົາຫຼັກຖານຢັ້ງຢືນການສັກຢາ COVID-19 ຂອງທ່ານ. ໃຫ້ເບິ່ງເວັບໄຊ້ Services Australia website.
ຈະໄປເອົາຂໍ້ມູນທີ່ເຊື່ອຖືໄດ້ຢູ່ໃສ
ເປັນສິ່ງສຳຄັນທີ່ທ່ານຕ້ອງທັນກັບສະພາບກ່ຽວກັບ COVID-19 ແລະໂຄງການສັກຢາວັກຊີນ COVID-19 ໂດຍຜ່ານແຫຼ່ງທີ່ເຊື່ອຖືໄດ້ແລະເປັນທາງການ.
ຄຳຕອບຕໍ່ຄຳຖາມທີ່ຖືກຖາມເລື້ອຍໆກ່ຽວກັບ ຢາວັກຊີນ COVID-19 ມີໄວ້ໃຫ້ ເປັນ 63 ພາສາ.
ອ່ານຂໍ້ມູນກ່ຽວກັບ COVID-19 ເປັນພາສາຂອງທ່ານ.