COVID-19 vaccination – Video – ວັກຊີນປ້ອງກັນໂຄວິດ-19 ຈະເຮັດວຽກແນວໃດ (How COVID-19 vaccines work)

In this video, in Lao, health care professional Vaan explains how COVID-19 vaccines work.

1:49

ສະບາຍດີ, ຂ້ອຍຊື່ Vaan ແລະ ຂ້ອຍແມ່ນ ພະຍາບານ.

ຂ້ອຍຈະອະທິບາຍວ່າ ວັກຊີນປ້ອງກັນພະຍາດໂຄວິດ-19

ຈະເຮັດວຽກແນວໃດ.

ວັກຊີນຈະຖືກສັກເຂົ້າຕົວຂອງທ່ານ.

ພວກມັນຈະບໍ່ທໍາລາຍສ່ວນໃດຂອງຮ່າງກາຍທ່ານ

ແລະ ຈະບໍ່ປ່ຽນແປງຍີນ ຫລື ດີເອັນເອຂອງທ່ານ.

ວັກຊີນໂຄວິດ 19 ຈະສອນຮ່າງກາຍຂອງທ່ານໃຫ້ຮັບຮູ້ ແລະ

ຕໍ່ສູ້ກັບເຊື້ອໄວຣັສໂຄວິດ 19. ວັກຊີນຈະບໍ່ມີເຊື້ອໂຄວິດ 19

ແລະ ທ່ານຈະບໍ່ຕິດພະຍາດໂຄວິດ 19 ຈາກການສັກວັກຊີນ.

ຜົນຂ້າງຄຽງລະດັບກາງ ເຊັ່ນ: ເຈັບຫົວ ຫລື ກ້າມຊີ້ນ

ໝາຍຄວາມວ່າ ຢາວັກຊີນກໍາລັງອອກລິດ.

ວັກຊີນໂຄວິດ 19 ຈະຊ່ວຍໃຫ້ທ່ານປ້ອງກັນການເຈັບປ່ວຍທີ່ຮ້າຍແຮງ

ແລະ ເສຍຊີວິດ. ທຸກຄົນສາມາດເຮັດໃນສ່ວນຂອງຕົວເອງ

ເພື່ອປ້ອງກັນຄອບຄົວ ແລະ ຊຸມຊຸນຂອງເຂົາເຈົ້າ ໂດຍການສັກຢາວັກຊີນ.

ສໍາລັບຂໍ້ມູນເພີ່ມເຕີມ ກ່ຽວກັບວັກຊີນໂຄວິດ 19, ໃຫ້ເຂົ້າເບິ່ງເວັບໄຊ

health.gov.au/covid19-vaccines ຫລື

ໂທຫາສາຍຊ່ວຍເຫລືອພະຍາດໂຄໂຣນາໄວຣັສແຫ່ງຊາດ

ທີ່ໝາຍເລກ 1800 020 080.

ສໍາລັບການແປພາສາ ແລະ ລ່າມແປພາສາ,

ໃຫ້ໂທຫາໝາຍເລກ 131 450.

Video type:
Advertisement
Publication date:
Last updated:

Help us improve health.gov.au

If you would like a response please use the enquiries form instead.