ສະບາຍດີ, ຂ້ອຍຊື່ Vaan ແລະ ຂ້ອຍແມ່ນ ພະຍາບານ.
ຂ້ອຍຈະອະທິບາຍວ່າ ພວກເຮົາຮູ້ວ່າວັກຊີນປ້ອງກັນໂຄວິດ-19
ປອດໄພ ແລະ ມີປະສິດທິພາບແນວໃດ.
ວັກຊີນປ້ອງກັນໂຄວິດ 19 ແມ່ນໄດ້ຮັບການຮັບຮອງ ໃຫ້ນໍາໃຊ້ຢູ່ອົດສະຕາລີ
ເຊິ່ງສາມາດພັດທະນາຂຶ້ນໄວໃນມາດຕະຖານທີ່ສູງ ເນື່ອງຈາກການຄົ້ນຄວ້າ ແລະ
ນັກວິທະຍາສາດຢູ່ທົ່ວທຸກມຸມໂລກ ໄດ້ເຮັດວຽກຮ່ວມກັນ
ໂດຍມີທຶນໃນປະລິມານທີ່ສູງ ແລະ ການເຂົ້າເຖິງເຕັກໂນໂລຊີໃໝ່ໆ.
ອົດສະຕາລີແມ່ນມີມາດຕະຖານວັກຊີນທີ່ປອດໄພ,
ມີປະສິດທິພາບ ແລະ ການຜະລິດທີ່ເຂັ້ມງວດ.
ວັກຊີນປ້ອງກັນໂຄວິດ 19 ຂອງອົດສະຕາລີ ແມ່ນໄດ້ຜ່ານ
Therapeutic Goods Administration ເຊິ່ງໝາຍຄວາມວ່າ
ວັກຊີນແມ່ນມີຄວາມປອດໄພ ແລະ
ມີປະສິດທິພາບໃນການປ້ອງກັນຄົນຈາກການເຈັບປ່ວຍ ແລະ ເສຍຊີວິດ.
ວັກຊີນຈະປ້ອງກັນທ່ານ, ຄອບຄົວ ແລະ ຊຸມຊົນຂອງທ່ານ.
ສໍາລັບຂໍ້ມູນເພີ່ມເຕີມ ກ່ຽວກັບວັກຊີນໂຄວິດ 19, ໃຫ້ເຂົ້າເບິ່ງເວັບໄຊ
health.gov.au/covid19-vaccines ຫລື
ໂທຫາສາຍຊ່ວຍເຫລືອພະຍາດໂຄໂຣນາໄວຣັສແຫ່ງຊາດ
ທີ່ໝາຍເລກ 1800 020 080.
ສໍາລັບການແປພາສາ ແລະ ລ່າມແປພາສາ, ໃຫ້ໂທຫາໝາຍເລກ 131 450.